ຍຸກສະໄຫມແຫ່ງການປ່ຽນແປງຍ່ອມເກີດຂື້ນຕາມການເວລາທີ່ຜັນປ່ຽນ ທ່າມກາງການພັດທະນາຮູບແບບຕືກອາຄານເຮືອນຊານກໍ່ມີຮູບແບບທັນສະໄຫມ ເຮືອນຊານອາຄານເກົ່າໆຄ່ອຍຊຸດໂຊມເປ່ເພແລະຖືກທຸບມ້າງແລະປຸກໃຫມ່. ຮູບພາບເຮືອນເຫລົ່ານີ້ເປັນສີ່ງທີ່ຍັງຫລົງເຫລືອໃຫ້ເຫັນໃນຍຸກ5G ແຕ່ມັນຈະຄົງຢູ່ໃຫ້ຄົນຮຸນຫລັງໄດ້ພົບເຫັນອີກດົນປານໃດ. ເຮືອນຊານເຫລົ່ານີ້ຄືຂອງເກົ່າແກ່ໃນຕົວເມືອງນະຄອນຫລວງວຽງຈັນ ເຮືອນທີ່ຫົວມຸມຖະຫນົນເສດຖາທາງໂຄ້ງໄປຮ່ອມຫໍວັດທະນະທຳ,ປັດຈຸບັນມ້າງແລ້ວ ຕືກນີ້ກະຖືກທຸບມ້າງໄປແລ້ວ ເຮືອນຫລັງນີ້ຢູ່ເຂດແຄມຂອງໃກ້ຫໍກາງ,ແຕ່ປັດຈຸບັນຖືກແທນທີ່ດ້ວຍອາຄານຫລັງ ຫລັງໃຫມ່ແລ້ວ
Tygalapao1977
ບໍ່ມີຂອບຈຳກັດໃນຫົວເລື່ອງທີ່ຂຽນ,ນຳສະເຫນີໃຫ້ຫລາກຫລາຍ