ข้ามไปที่เนื้อหาหลัก

ບົວລອຍເຜືອກ

ຂະຫນົມບົວລອຍເຜືອກ

ສັນຍາລັກຄວາມກົມກຽວໃນຄອບຄົວ



ສ່ວນປະກອບ

ເຜືອກຫນື້ງສຸກ​           500​ ກຣັມ
ແປ້ງເຂົ້າຫນຽວ​           200​ ກຣັມ
ນ້ຳລ້າ.​                       100 ກຣັມ
ກະທິ250ml               1ຂວດ
ນ້ຳຕານຫມາກພ້າວ.​      1ກ້ອນ
ເກືອຍິບຫນື່ງ

ວິທີເຮັດສຸດງ່າຍ
ຫລັງຈາກຫນື້ງຫົວເຜືອກ30ນາທີແລ້ວ,​ໃຊ້ມີດໃຫຍ່ນຽນໃຫ້ມັນລະອຽດແລ້ວລົງຊາມປະສົມກັບແປ້ງ,​ນ້ຳ,​ເກືອ​ ນວດໃຫ້ເຂົ້າກັນຈົນສາມາດປັ້ນເປັນກ້ອນໄດ້.

ຕົ້ມນ້ຳໃຫ້ເດືອດເສຍກ່ອນແລ້ວຈື່ງນຳແປ້ງບົວລອຍທີ່ປັ້ນເປັນລູກນ້ອຍໆລົງຫມໍ້,​ໍລໍຖ້າໃຫ້ບົວລອຍຖະຍອຍລອຍຂື້ນມາຖືວ່າສຸກແລ້ວ.​ຂັ້ນຕອນສຸດທ້າຍໃສ່ນ້ຳຕານຫມາກພ້າວກ້ອນດຽວຄົນຈົນນ້ຳຕານເປື່ອຍຫມົດ,​ສຸດທ້າຍເທກະທິລົງຂວດຫນື່ງ,​ຖ້າຈົນກະທິເດືອດຖືວ່າສຸກພ້ອມເສີບເລີຍ.


ຂະຫນົມບົວລອຍ,​ຄົນຈີນຖືເປັນສັກຍາລັກຄວາມສາມັກຄີກົມກຽວກັນຂອງຄົນຄອບຄົວ.​ເຊີ່ງຄົນຈີນຈະເອີ້ນວ່າມື້冬至(ຕົ່ງຈື້)​ແປວ່າການມາຮອດຂອງລະດູຫນາວ.​ໃນປີນີ້ວັນຕົ່ງຈື້ກໍ່ແມ່ນວັນທີ22ເດືອນ12,ຕາມຫລັກລາດາສາດແລ້ວມື່ນີ້ເປັນມື້ທີ່ກາງຄືນຍາວນານທີ່ສຸດໃນຮອບປີຍ້ອນວ່າເສັ້ນລອງຕິຈູດສີເຫລືອງຂອງດວງຕາເວັນຢູ່ທີ່270°ແລະແສງຕາວັນເກືອບກະທົບເສັ້ນtropic Of​ cancerຫລືເອີ້ນທຣັອບປິກໃຕ້,​ລັກສະນະນີ້ຈະເຮັດໃຫ້ຂົ້ວໂລກເຫນືອມີກາງເວັນສັ້ນກາງຄືນຍາວ.​ທາງດາລາສາດຖືເປັນມື້ເລີ່ມຕົົ້ນລະດູຫນາວຂອງຂົ້ວໂລກເຫນືອ.


ສ່ວນໃນຈີນກໍ່ມີຕຳນານເລື່ອງເລົ່າທີ່ເປັນທີ່ມາຂອງມື້ຕົ່ງຈື້ຫລືວັນໄຫວ້ຂະຫນົມບົວລອຍ. 

ໃນແຕ່ກີ້ມີແມ່ຍິງຕັດຟືນໄດ້ຂື້ນພູໄປຕັດຟືນແຕ່ກັບຫລົງເຂົ້າໄປປ່າເລິກແບບບໍ່ຕັ້ງໃຈແລະບໍ່ສາມາດອອກມາໄດ້.​ເພື່ອຄວາມຢູ່ລອດນາງໄດ້ໄປເດັດພືດປ່າຊະນິດຫນື່ງມີຊົງກົມມົນຄ້າຍຄືລູກບົວລອຍມາກີນ.​ເວລາຜ່ານໄປສິບປີປາກົດວ່ານາງເລີ່ມມີຂົນຄືນົດແລະຕົນໂຕເບົາຈົນສາມາດບີນກັບບ້ານໄດ້.​ຮອດບ້ານທາງຄອບຄົວເອົາເຂົ້າໃຫ້ກິນນາງບໍ່ກີນ,ທາງຄອບຄົວຈື່ງປັ້ນແປ້ງເຂົ້າຫນຽວເປັນຊົງກົມມົນຕົ້ມສຸກມາໃຫ້ກີນ.ນາງຄິດວ່າມັນຄືພືດປ່າຊົງມົນທີ່ນາງເຄີຍກີນ.ເວລາຜ່ານໄປນາງເລີ່ມກັບມາມີສະພາບຄືຄົນປົກະຕິ.ດ້ວຍເຫດນີ້ຈື່ງເກີດມີວັນຕົ່ງຈືແລະຖືເປັນວັນກົມກຽວໃນຄອບຄົວ.
ຄົນຈີນຈະໄຫວ້ບັນພະບູລຸດໃນມື້ຕົ່ງຈື້ດ້ວຍຂະຫນົມບົວລອຍ



ຂໍ້ມູນອ້າງອີງ
.http://www.yangshengyi.com/jijie/174.html

ความคิดเห็น

โพสต์ยอดนิยมจากบล็อกนี้

ດ້ວຍສອງມື( Story​ of Ah Pae Jua ອາແປະຈົ່ວ)​

ດ້ວຍສອງມືແລະຫຍາດເຫື່ອທີ່ສ້າງໂຕ tiktok.com/@ap_jua19 ອາແປະຈົ່ວຫລືລຸງຈົ່ວ 1933-2013-19-9 ອາແປະຈົ່ວ張汉泉ຄືຜູ້ກໍ່ຕັ້ງຮ້ານກາລະເປົາອາແປະຈົ່ວ.ຮ້ານກາລະເປົາເລີ່ມເປີດຂາຍແບບຕໍ່ເນື່ອງຈົນຮອດປັດຈຸບັນຕັ້ງແຕ່ປີ1977.​ ອາແປະຈົ່ວມີ່ຖີ່ນກຳເນີດທີ່ເມືອງຈີນມົນທົນກວາງຕຸ້ງ 广东省揭阳市普宁市南南径镇镇大埔寮村

ເຮືອນຊານທີ່ຫລົງເຫລືອ

           ຍຸກສະໄຫມແຫ່ງການປ່ຽນແປງຍ່ອມເກີດຂື້ນຕາມການເວລາທີ່ຜັນປ່ຽນ​ ທ່າມກາງການພັດທະນາຮູບແບບຕືກອາຄານເຮືອນຊານກໍ່ມີຮູບແບບທັນສະໄຫມ ເຮືອນຊານອາຄານເກົ່າໆຄ່ອຍຊຸດໂຊມເປ່ເພແລະຖືກທຸບມ້າງແລະປຸກໃຫມ່.​       ຮູບພາບເຮືອນເຫລົ່ານີ້ເປັນສີ່ງທີ່ຍັງຫລົງເຫລືອໃຫ້ເຫັນໃນຍຸກ5G​ ແຕ່ມັນຈະຄົງຢູ່ໃຫ້ຄົນຮຸນຫລັງໄດ້ພົບເຫັນອີກດົນປານໃດ.​           ເຮືອນຊານເຫລົ່ານີ້ຄືຂອງເກົ່າແກ່ໃນຕົວເມືອງນະຄອນຫລວງວຽງຈັນ   ເຮືອນທີ່ຫົວມຸມຖະຫນົນເສດຖາທາງໂຄ້ງໄປຮ່ອມຫໍວັດທະນະທຳ,​ປັດຈຸບັນມ້າງແລ້ວ                              ຕືກນີ້ກະຖືກທຸບມ້າງໄປແລ້ວ ເຮືອນຫລັງນີ້ຢູ່ເຂດແຄມຂອງໃກ້ຫໍກາງ,​ແຕ່ປັດຈຸບັນຖືກແທນທີ່ດ້ວຍອາຄານຫລັງ ຫລັງໃຫມ່ແລ້ວ