ข้ามไปที่เนื้อหาหลัก

ດ້ວຍສອງມື( Story​ of Ah Pae Jua ອາແປະຈົ່ວ)​

ດ້ວຍສອງມືແລະຫຍາດເຫື່ອທີ່ສ້າງໂຕ




ອາແປະຈົ່ວຫລືລຸງຈົ່ວ
1933-2013-19-9

ອາແປະຈົ່ວ張汉泉ຄືຜູ້ກໍ່ຕັ້ງຮ້ານກາລະເປົາອາແປະຈົ່ວ.ຮ້ານກາລະເປົາເລີ່ມເປີດຂາຍແບບຕໍ່ເນື່ອງຈົນຮອດປັດຈຸບັນຕັ້ງແຕ່ປີ1977.​

ອາແປະຈົ່ວມີ່ຖີ່ນກຳເນີດທີ່ເມືອງຈີນມົນທົນກວາງຕຸ້ງ 广东省揭阳市普宁市南南径镇镇大埔寮村
.

ສົງຄາມພາຍໃນ ຄວາມທຸກຍາກ ຊິວິດຕ້ອງພັດພາກຈາກບ້ານເກີດເມືອງນອນ
ປີ1947ຄືປີທີ່ລາວກັບພໍ່(张和圆)​ເລີ່ມການເດີນທາງອອກນອກປະເທດສູ່ຖີ່ນຖານໃຫມ່, ຈຸດມຸ່ງຫມາຍຄືຊິວິດທີ່ດີຂື້ນ,ໃນຂະນະດຽວກັນຕ້ອງຈຳໃຈປະອີກ2ຊິວິດຄືແມ່(陈秀英,神山村)ແລະນ້ອງຊາຍຫລ້າໃຫ້ຢູ່ບ້ານເກີດຕາມລຳພັງໃນທ່າມກາງຄວາມອົດຢາກລຳເຄັນ.ຖ້າມີເງິນຈະສົ່ງໃຫ້ພວກເຂົາໃຊ້.​
ອາປະເຄີຍເລົ່າກ່ຽວກັບຄວາມອຶດຢາກເຊັ່ນອາມ້າຕ້ອງອອກໄປຂໍເຂົ້າກິນທີ່ຕ່າງຫມູ່ບ້ານແຕ່ໄດ້ມາຖ້ວຍດຽວ,ຕ້ອງເອົາປົນກັບມັນກີນ.


家谱family trees


ຈາກພີ່ນ້ອງຮ່ວມທ້ອງ7ຄົນເຫລືອແຕ່ອາປະຄົນດຽວ.
 _ເອື້ອຍກົກຖືກຫມາປ່າກັດຕາຍຕອນອາປະກັບເອື້ອຍລາວເຂົ້າປ່າຫລັງຫມູ່ບ້ານເພື່ອຊອກຫາຂອງປ່າມາກີນແຕ່ກັບພົບກັບຫມາປ່າເຂົ້າ.​ອາປະເລົ່າໃຫ້ຟັງວ່າເອື້ອຍລາວບອກໃຫ້ລາວຮີບຫນີໄປໂດຍເສຍສະຫລະຊິວິດໂຕເອງໃຫ້ນ້ອງຊາຍລອດ.​
_ນ້ອງຊາຍອີກຄົນຍ້ອນກິນມັນຕົ້ນແລ້ວທ້ອງອືດຈົນເສຍຊິວິດ.
​ສ່ວນນ້ອງຊາຍຫລ້າຕອນພໍ່ກັບອາກົງອອກນອກປະເທດໄດ້ບໍ່ພໍຊ່ຳໃດກະຍີນຂ່າວອາມ້າ(ແມ່ຂອງອາປະ)​ແລະນ້ອງຊາຍໄດ້ເສຍຊິວິດຍ້ອນຄວາມອຶດຢາກ.ສ່ວນນ້ອງໆທີ່ເຫລືອຕາຍໄປຍ້ອນຫຍັງອາປະບໍ່ໄດ້ເລົ່າຫຍັງ.
ບ້ານທີ່ອາປະເຄີຍອາໄສຢູ່
ຫມູ່ບ້ານທີ່ອາປະເຄີຍຢູ່
ອາປະເຄີຍເລົ່າວ່າຍາມຫນາວຕ້ອງ
ໄດ້ປິດປ່ອງອາກາດກັນລົມຫນາວ
ແຜນທີ່ທີ່ຕັ້ງຫມູ່ບ້ານ大埔寮村

张慈平
ຫລານຊາຍຂອງອາປະ

39号丹戎街​(Tanjong Pagar, Singapore)​.

ນີ້ແມ່ນທີ່ຢູ່ທີ່ອາໂກຂອງອາປະ(ເອື້ອຍຂອງອາກົ່ງ)​ທີ່ສິງກະໂປແລະນີ້ແມ່ນຈຸດຫມາຍປາຍທາງທີ່ຈະເດີນທາງໄປ.

ອາໂກຂອງອາປະຫລັງຈາກສ້າງຄອບຄົວແລ້ວໄດ້ຍ້າຍໄປຫາກິນຢູ່ສິງກະໂປ.​ຕາມອາປະເຄີຍເລົ່າວ່າອາໂກໄດ້ກັບມາບ້ານເກີດ3ຄັ້ງ,​ມາແຕ່ລະຄັ້ງນຳເງີນແລະຜ້າຫົ່ມມາຝາກ.​ຄັ້ງສຸດທ້າຍທີ່ມາຕອນນັ້ນອາປະອາຍຸ7ປີ,​ກະປະມານປີ1940.​ອີງຕາມປະຫວັດສາດສິງກະໂປໃນປີ1941-1945ສິງກະໂປຖືກຍີ່ປຸນຮຸກຮານແລະຄົນຈີນໃນສິງກະໂປຖືກທະຫານຍີ່ປຸ່ນຂ້າຕາຍເຖິງ5ພັນຄົນ.ນັບແຕ່ປີ1940ອາໂກບໍ່ໄດ້ມາບ້ານເກີດອີກເລີຍ.

ຊິວິດຕ່າງແດນຕ່າງຖີ່ນຖານຕ້ອງອົດທົນຮຽນຮູ້ສີ່ງທ້າທາຍໃຫມ່ໆ
 ຫລັງຈາກລົງເຮືອກຳປັ່ນອອກສູ່ທະເລຜ່ານ7ມື້7ຄືນກໍ່ທຽບທ່າທີ່ຫວຽດນາມ,​ຈາກເປົ້າຫມາຍທີ່ສິງກະໂປຍ້ອນເງີນບໍ່ພໍທີ່ຈະໄປເຖິງເລີຍມຸ່ງຫນ້າຕໍ່ໄປທີ່ພະນົມເປັນກຳປູເຈ້ຍເພາະມີຄົນໄທບ້ານດຽວກັນກັບອາກົ່ງຢູ່ທີ່ນັ້ນ.​
ວຽກທຳອິດອາປະໄປຫຍິບກະດຸມເສື້ອຢູ່ຮ້ານຕັດຫຍິບ,​ສ່ວນອາກົ່ງໄປເຮັດວຽກຍ້ອມຜ້າ.ເຮັດວຽກນີ້ໄດ້ປະມານ2ປີລາວກະຍ້າຍໄປເຮັດວຽກອື່ນເຊັ່ນຢູ່ໂຮງງານເຮັດຂະຫນົມ,ບ່ອນນີ້ກະເປັນອີກຄວາມຮູ້ຫນື່ງທີ່ລາວນຳມາປະຍຸກເຮັດສູດກາລະເປົາຂອງລາວ.ຕໍ່ມາກະຍ້າຍໄປເຮັດສວນຜັກຢູ່ສະໂລງ(chloung district)​ແຂວງກະແຈະກຳປູເຈ້ຍ,​ລາວວ່າຝາກເງີນເດືອນໄວ້ກັບເຖົ້າແກ່ແຕ່ກັບຖືກໂກງບໍ່ຍອມຄືນໃຫ້ລາວແລະຫລັງຈາກນີ້ລາວໄດ້ໄປເຮັດວຽກກັບພໍ່ລາວຄືກໍ່ເຕົາຖ່ານໂດຍການຮຽນຕ່ຳດິນເພື່ອກໍ່ເຕົາ,ນີ້ເປັນອີກຄວາມຮູ້ທີ່ສ້າງອາຊີບໃຫ້ລາວ.

ຊິວິດຕ້ອງຍ້າຍຖີ່ນຖານອີກຄັ້ງ
ອາຍຸອາປະໄດ້21ປີຊ່ວງນັ້ນກະມີການຕິດຕໍ່ຈາກເມືອງລາວຢາກໄດ້ຄົນໄປກໍ່ເຕົາເຜົາຖານທີ່ແຂວງສະຫວັນນະເຂດ.​ສອງພໍ່ລູກຈື່ງຕັດສິນໃຈຍ້າຍຖີ່ນຖານອີກຄັ້ງ.​
ຫລັງຈາກກໍ່ເຕົາເຜົາຖ່ານສຳເລັດແລ້ວກະຕ້ອງຫາວຽກອື່ນເຮັດເຊີ່ງອາປະໄດ້ມາເຮັດວຽກຊ່ວຍຄົວຢູ່ຮ້ານອາຫານຫນຳໄຫ,​ນີ້ກະເປັນຄວາມຮູ້ການເຮັດອາຫານໃຫ້ກັບລາວ.​

ຍ້າຍຖີ່ນຖານຈາກສະຫວັນນະເຂດເຂົ້າສູ່ເມືອງວຽງຈັນ
 ເມື່ອມີຄົນຈ້າງໃຫ້ມາກໍ່ເຕົາເຜົາຖ່ານທີ່ວຽງຈັນ,​ສອງພໍ່ລູກຈື່ງຍ້າຍຖີ່ນຖານອີກຄັ້ງ.​ພາຍຫລັງເຮັດເຕົາຖ່ານຮຽບຮ້ອຍແລ້ວອາປະກະໄດ້ເຮັດວຽກນຳເຖົ້າແກ່ເຕົາຖ່ານທີ່ຫລັກ49(ບ້ານນາເລົ່າ)​ເລີຍເຊີ່ງມີທັງເຂົ້າປ່າໄປແກ່ໄມ້ຄຸມຄົນງານເຜົາໄມ້ເຮັດຖ່ານ.
ການມາຢູ່ວຽງຈັນຫລັງເລີກເຮັດວຽກເຕົາຖ່ານແລ້ວອາປະກະມີການຍ້າຍໄປຢູ່ຫລາຍບ່ອນປ່ຽນໄປເຮັດຫລາຍວຽກຫລາຍງານ.ປະມານວ່າບ່ອນໃດຫາກິນໄດ້ກະໄປເພື່ອຄວາມຢູ່ລອດຂອງປາກທ້ອງ.ຈົນໄດ້ມີຄົນຈີນແນະນຳມາຢູ່ກັບຄອບຄົວພໍ່ຂອງເຮ່ຍລຽງທີ່ສີຫອມ(ອາແປະຄູຂຽງຫວດເຊີ່ງເພີ່ນເຮັດທຸລະກິດແລ່ນລົດຂົນສົ່ງສີນຄ້າ)​,ຢູ່ທີ່ນີ້ກະຊ່ວຍເຂົາຕັກນ້ຳສ້າງແຕ່ງຢູ່ຄົວກີນແລກກັບເຂົ້ານ້ຳ,ພໍ່ເຮ່ຍລຽງກະໄດ້ລົງທືນໃຫ້ອາປະເຮັດຂະຫນົມໄຂ່,ນ້ຳຫວານໃຫ້ອາປະໄປຂາຍທີ່ຕະຫລາດເຊົ້ານ້ຳພຸ.​
ບໍ່ຮູ້ຍ້ອນຫຍັງລາວຈື່ງຍ້າຍໄປຢູ່ໂຮງໄມ້ແຖວຫນອງສ້າງທໍ່ກັບພໍ່ຂອງອາແຈັກກີມຊົງ(ຄອບຄົວອາເຈັກກິມຊົງຢູ່ອົບພະຍົກຂ້າມໄປຢູ່ຫນອງຄາຍຫລັງປົດປ່ອຍປີ1975).ຢູ່ທີນີ້ລາວໄດ້ຮັບອາກົ່ງທີ່ໄປເຮັດວຽກຢູ່ແຖວທ່າເດື່ອກັບມາຢູ່ນຳຍ້ອນອາກົ່ງເລີ່ມເປັນອຳມະພຶກແລ້ວ.ຢູ່ຂ້າງໂຮງໄມ້ຍັງມີອີກຫນື່ງຄອບຄົວຄົນຈີນເປີດຮ້ານຂາຍກາເຟໂບຮານຄືອາຫລາວອື້ມ(ອາປະເອີ້ນລາວ)ມີນ້ຳໃຈຕໍ່ອາປະໂດຍໃຫ້ລາວຢືມເງິນຊື້ອຸປະກອນໄປຂາຍເຝີຢູ່ງານບຸນທາດຫລວງແຕ່ກັບຂາດທືນ.​ຢູ່ທີ່ນີ້ລາວກະເລີ່ມເຮັດກາລະເປົາສົ່ງຂາຍ,​ອາປະເລົ່າວ່າລາວຕ້ອງລົງທືນຊື້ຊືງຫນື້ງໃຫ້ເຂົາ,​ຖ້າຂາຍບໍ່ຫມົດກະຕ້ອງເກັບຄືນ,​ນີ້ເປັນສາເຫດໃຫ້ທືນຫມົດ.​
 ຕະຫລາດເຊົ້າບໍລິເວນນ້ຳພຸໃນປັດຈຸບັນ
 ອາກົ່ງ张和圆(1902-1976)
ປັ້ນກາລະເປົາປີ1992.
 ອາແປະ陈有泉.ຮູ້ຈັກກັນຍ້ອນສະໄຫມ
ຕອນອາປະໄປຕະຫລາດຫນອງດ້ວງ,
ອາປະໄປຝາກລົດຢູ່ບ້ານລາວ.​ລາວເປັນເຈັກ
ແຕ້ຈີວຄືກັນ.ລາວຍັງຊ່ວຍໄປຊອກຫາພີ່ນ້ອງ
ຂອງອາປະທີ່ຍັງເຫລືອຢູ່ບ້ານເກີດຈົນພໍ້ຄື
ຫລາຍຊາຍຊື່张慈平。ລາວເສຍຊິວິດ
ປີ2009.​
ເປັນການພົບກັນຄັ້ງສຸດທ້າຍກັບອາເຈັກ
ກີມຊົງຕອນອາປະຂ້າມໄປຫາຫມໍສຸນັນ
ເພາະເຈັບຄໍແລະຂ້າມໄປປົວຕັ້ງສາມເທື່ອ.​
ອາປະເຄີຍຢູ່ບ້ານພໍ່ລາວກໍ່ຄືໂຮງໄມ້ທີ່ຫນອງ
ສ້າງທໍ່.​



ບ້ານຫລັງທຳອິດໃນຊິວິດທີ່ບ້ານໂພນເຄັງ

 1976


ຮູບບ້ານທີ່ໂພນເຄັງຕິດຮ່ອມນ້ຳປະປາ
ເປັນຮູບແຕ້ມຂື້ນເອງໃນປີ2012.​

ພາຍຫລັງມີເງິນເກັບເລັກຫນ້ອຍດ້ວໃຈຢາກມີບ້ານຂອງຕົນເອງເລີຍໄປຂໍແບ່ງດີນກັບປ້າທຸມເຊີງບ້ານເພີ່ນກະຢູ່ຕິດທາງຫລັງບ້ານ.​ດ້ວນ້ຳໃຈຂອງອາແປະໂຮງໄມ້(ພໍ່ອາເຈັກກິມຊົງ)​ໃຫ້ໄມ້ໄປປຸກສ້າງກ່ອນເຊີ່ງພາຍຫລັງມີເງີນອາປະກໍ່ໄດ້ໄປຈ່າຍຄ່າໄມ້ຄືນ,ເຖົ້າແກ່ໂຮງງານເປບຊີ່ກໍ່ໄດ້ຊ່ວຍປະຕູເຫລັກ.
ເລີ່ມແລກອາປະໄດ້ຮັບນ້ຳອັດລົມມາຈຳຫນ່າຍ,ສະໄຫມນັ້ນຂາຍແຕ່ຫນ້າຮ້ານ,ສະເພາະງານບຸນທາດຫລວງຂາຍດິບຂາຍດີເປັນພິເສດ.ຫລັງຈາກສ້າງຄອບຄົວແລ້ວຈື່ງປ່ຽນມາຂາຍກາເຟແລະເລີ່ມຂາຍກາລະເປົາແຕ່ປີ1977ເປັນຕົ້ນມາ.

ເລີ່ມສ້າງຄອບຄົວໃນໄວ39ປີ
 ຄົງເປັນບຸບເພນຳພາໃຫ້ສອງຄົນທີ່ຢູ່ຄົນລະຖີ່ນຖານມາເປັນຄູ່ສ້າງຄູ່ຮ່ວມຊິວິດ.​ອາປະໃຊ້ຊິວິດດ້ວຍໂຕຄົນດຽວມານານຈົນມີແມ່ສື່ຄົນຫນື່ງໄດ້ແນະນຳແມ່ຍິງຄົນເມືອງໂຂງໃຫ້ຊື່ວ່າ曾琼娣​ແມ່ຍິງທີ່ຂະຫຍັ່ນດຸຫມັ່ນມາເປັນຄູ່ຮ່ວມຊິວິດໃນໄວ39ປີ.​ງານແຕ່ງແມ່ນຈັດທີ່ໂຮງໄມ້ພໍ່ອາເຈັກກີມຊົງໃນປີ1970.
ມີບຸດດ້ວຍກັນ2ຄົນ.​

                                      ຮ້ານກາລະເປົາ​ອາແປະຈົ່ວມີ່ສີ່ໄສ້





https://m.facebook.com/Ahpaejua/posts

     Add friend Line account

ความคิดเห็น

แสดงความคิดเห็น

โพสต์ยอดนิยมจากบล็อกนี้

ເຮືອນຊານທີ່ຫລົງເຫລືອ

           ຍຸກສະໄຫມແຫ່ງການປ່ຽນແປງຍ່ອມເກີດຂື້ນຕາມການເວລາທີ່ຜັນປ່ຽນ​ ທ່າມກາງການພັດທະນາຮູບແບບຕືກອາຄານເຮືອນຊານກໍ່ມີຮູບແບບທັນສະໄຫມ ເຮືອນຊານອາຄານເກົ່າໆຄ່ອຍຊຸດໂຊມເປ່ເພແລະຖືກທຸບມ້າງແລະປຸກໃຫມ່.​       ຮູບພາບເຮືອນເຫລົ່ານີ້ເປັນສີ່ງທີ່ຍັງຫລົງເຫລືອໃຫ້ເຫັນໃນຍຸກ5G​ ແຕ່ມັນຈະຄົງຢູ່ໃຫ້ຄົນຮຸນຫລັງໄດ້ພົບເຫັນອີກດົນປານໃດ.​           ເຮືອນຊານເຫລົ່ານີ້ຄືຂອງເກົ່າແກ່ໃນຕົວເມືອງນະຄອນຫລວງວຽງຈັນ   ເຮືອນທີ່ຫົວມຸມຖະຫນົນເສດຖາທາງໂຄ້ງໄປຮ່ອມຫໍວັດທະນະທຳ,​ປັດຈຸບັນມ້າງແລ້ວ                              ຕືກນີ້ກະຖືກທຸບມ້າງໄປແລ້ວ ເຮືອນຫລັງນີ້ຢູ່ເຂດແຄມຂອງໃກ້ຫໍກາງ,​ແຕ່ປັດຈຸບັນຖືກແທນທີ່ດ້ວຍອາຄານຫລັງ ຫລັງໃຫມ່ແລ້ວ  

ບົວລອຍເຜືອກ

ຂະຫນົມບົວລອຍເຜືອກ ສັນຍາລັກຄວາມກົມກຽວໃນຄອບຄົວ