ข้ามไปที่เนื้อหาหลัก

UD​ Christmas tree

ນີ້ແມ່ນບົດທຳອິດໃນການຂຽນບລັອກ
Christmas tree @UD town

ໃນແຕ່ລະປີທີ່UD​ Town udonthani ໃກ້ເທສການວັນຄຣິສມາດໃນສະຖານທີ່ນີ້ກໍ່ຈະປະດັບປະດາຕົ້ນຄຣິສມາສທີ່ສວຍງາມ.​ເຊີ່ງໃນແຕ່ລະປີກໍ່ຈະມີຮູບແບບທີ່ແຕກຕ່າງກັນໄປ.
ໃນປີນີ້ກະຖືວ່າຕົບແຕ່ງໄດ້ຫນ້າສົນໃຈແລະງົດງາມເຊັ່ນເຄີຍໂດຍສະເພາະສີສັນໃນຍາມຄ່ຳຄືນ.


ເຊີ່ງປີນີ້ຂ້ອຍແລະຄອບຄົວກະມີໂອກາດໄປເກັບພາບຄວາມສວຍງາມໃນຍາມຄ່ຳຄືນຂອງຕົ້ນຄຣິສມາສອີກປີ.​
ຈະວ່າປະຈວບເຫມາະທີ່ພີ່ນ້ອງທີ່ມາຈາກແຄນາດາສິບີນໄປພູເກັດກ່ອນບີນກັບປະເທດເພີ່ນໃນວັນທີ8ທັນວາ2019.​ຄອບຄົວຂ້ອຍເລີຍຢາກໄປສົ່ງພວກເພີ່ນທີ່ອຸດອນແລະພໍດີຊ່ວງນີ້ໃກ້ຮອດວັນຄຣິສມາສເລີຍຖືໂອກາດໄປແວະເລີຍ.













ອະ.ອາ​ດຽວກ່ອນ.​ມາຍູດີທາວແລ້ວຢ່າພາດມາຊີມລົດແຊບຂອງຮ້ານ Neo suki ເດີ້.​ລາຄາຫນ້າຈະຖືກກວ່າເອັມເຄແຖມລົດຊາດອາດຈະດີກວ່າຊ້ຳແຖມນ້ຳແຈ່ວກະມີໃຫ້ເລືອກຫລາຍແບບ.​




ດັ່ງທີ່ກ່າວໄປຂ້າງຕົ້ນວ່າປະຈວບເຫມາະມາສົ່ງພີ່ນ້ອງທີ່ອຸດອນ.​ບລັອກທຳອິດນີ້ເລີຍລົງຮູບຂອງຄອບຄົວກັບຍາດພີ່ນ້ອງຕອນຢູ່ເດີ່ນບິນອຸດອນໄວ້ເປັນທີ່ລະນຶກເລີຍ.



ຂໍເລົ່າຄວາມສຳພັນຄວາມຮັກແພງທີ່ແຫນ້ນແກ່ນລະຫວ່າງແມ່ຂ້ອຍກັບອາຍີ່(妈的表妹)ຕອນສະໄຫມຢູ່ເມືອງໂຂງ.​ແມ່ກັບອາຍີ່ເປັນລຸກເອື້ອຍລູກນ້ອງກັນເຊີ່ງອາມ້າຂອງຂ້ອຍເປັນເອື້ອຍກົກຂອງພໍ່ຂອງອາຍີ່.
ອາຍີ່ໄດ້ເລົ່າເລື່ອງເຮຮາກ່ຽວກັບເພີ່ນກັບແມ່ຕອນຫນື່ງວ່າ:ມີເທື່ອຫນື່ງມີງານວັດຢູ່ຕ່າງບ້ານທີ່ເມືອງໂຂງ,​ແມ່ໄດ້ຊ້ອນທ້າຍລົດຖີບໄປກັບອາຍີ່ເພື່ອໄປຂາຍເຄື່ອງໃນງານວັດເຊີ່ງເຄື່ອງຂາຍນັ້ນໄດ້ໃຊ້ກວຽນແກ່ຕາງໄປເອົາ,ໃນລະຫວ່າງທາງລົດຖີບເກີດລົ້ມຍ້ອນສະພາບທາງເປັນຊາຍເລີຍຊົງໂຕບໍ່ຢູ່,ແມ່ລາວກະຕົກລົງຈາກລົດຖີບ,ອາຍີ່ເປັນຫ່ວງຢ້ານລາວເຈັບເລີຍຖາມອາການແຕ່ແມ່ລາວກະບໍ່ຕອບຫຍັງ.ອາຍີ່ເລົ່າວ່າຄິດວ່າແມ່ລາວຄືສິຄຽດ555.ມັນຄືຄວາມຊົງຈຳສ່ວນຫນື່ງທີ່ທັງສອງໃນວັນເກົ່າໆ.





ຕົບທ້າຍດ້ວຍອີກພາບຄອບຄົວຕອນຢູ່ຮ້ານກາເຟອາເມຊອນຫນອງຄາຍ.


โพสต์ยอดนิยมจากบล็อกนี้

ດ້ວຍສອງມື( Story​ of Ah Pae Jua ອາແປະຈົ່ວ)​

ດ້ວຍສອງມືແລະຫຍາດເຫື່ອທີ່ສ້າງໂຕ tiktok.com/@ap_jua19 ອາແປະຈົ່ວຫລືລຸງຈົ່ວ 1933-2013-19-9 ອາແປະຈົ່ວ張汉泉ຄືຜູ້ກໍ່ຕັ້ງຮ້ານກາລະເປົາອາແປະຈົ່ວ.ຮ້ານກາລະເປົາເລີ່ມເປີດຂາຍແບບຕໍ່ເນື່ອງຈົນຮອດປັດຈຸບັນຕັ້ງແຕ່ປີ1977.​ ອາແປະຈົ່ວມີ່ຖີ່ນກຳເນີດທີ່ເມືອງຈີນມົນທົນກວາງຕຸ້ງ 广东省揭阳市普宁市南南径镇镇大埔寮村

ເຮືອນຊານທີ່ຫລົງເຫລືອ

           ຍຸກສະໄຫມແຫ່ງການປ່ຽນແປງຍ່ອມເກີດຂື້ນຕາມການເວລາທີ່ຜັນປ່ຽນ​ ທ່າມກາງການພັດທະນາຮູບແບບຕືກອາຄານເຮືອນຊານກໍ່ມີຮູບແບບທັນສະໄຫມ ເຮືອນຊານອາຄານເກົ່າໆຄ່ອຍຊຸດໂຊມເປ່ເພແລະຖືກທຸບມ້າງແລະປຸກໃຫມ່.​       ຮູບພາບເຮືອນເຫລົ່ານີ້ເປັນສີ່ງທີ່ຍັງຫລົງເຫລືອໃຫ້ເຫັນໃນຍຸກ5G​ ແຕ່ມັນຈະຄົງຢູ່ໃຫ້ຄົນຮຸນຫລັງໄດ້ພົບເຫັນອີກດົນປານໃດ.​           ເຮືອນຊານເຫລົ່ານີ້ຄືຂອງເກົ່າແກ່ໃນຕົວເມືອງນະຄອນຫລວງວຽງຈັນ   ເຮືອນທີ່ຫົວມຸມຖະຫນົນເສດຖາທາງໂຄ້ງໄປຮ່ອມຫໍວັດທະນະທຳ,​ປັດຈຸບັນມ້າງແລ້ວ                              ຕືກນີ້ກະຖືກທຸບມ້າງໄປແລ້ວ ເຮືອນຫລັງນີ້ຢູ່ເຂດແຄມຂອງໃກ້ຫໍກາງ,​ແຕ່ປັດຈຸບັນຖືກແທນທີ່ດ້ວຍອາຄານຫລັງ ຫລັງໃຫມ່ແລ້ວ  

ບົວລອຍເຜືອກ

ຂະຫນົມບົວລອຍເຜືອກ ສັນຍາລັກຄວາມກົມກຽວໃນຄອບຄົວ